ເມືອງລາວໃນອາທິດນີ້
ເມືອງລາວໃນອາທິດນີ້
RFA
ເມືອງລາວໃນອາທິດນີ້ ເປັນລາຍການໃໝ່ ທີ່ນຳສະເໜີ ເລື່ອງທີ່ເກີດຂຶ້ນ ພາຍໃນນຶ່ງອາທິດເຊິ່ງທາງທີມງານ ວິທຍຸເອເຊັຽເສຣີ ນຳມາສົນທະນາ ອະທິບາຍ ສາຍເຫດທີ່ເກີດຂຶ້ນ ແລະ ທາງວິທຍຸເອເຊັຽເສຣີ ໄດ້ຂໍ້ມູນເລື່ອງທີ່ເກີດຂຶ້ນນັ້ນ ມາແນວໃດ. ເປັນລາຍການ ທີ່ສະຫຼຸບເຫດການ ທີ່ສຳຄັນໆ ເພື່ອໃຫ້ຜູ້ຟັງເຂົ້າໃຈງ່າຍ ດ້ວຍພາສາສະໄໝໃໝ່ ແລະຜູ້ຟັງສາມາດເຂົ້າໄປຟັງຈາກ ພັອດແຄດ (Podcast) ໄດ້ຕະຫລອດເວລາ. Hosted on Acast. See acast.com/privacy for more information.
This Week in Laos Ep.90
ການສໍາພາດ ທ້າວ ອານຸກິດ ກິດສະຫວາດ, ໜຸ່ມຕາກ້ອງ ສະໝັກຫຼິ້ນ ທີ່ໄດ້ຮັບລາງວັນ Highly Recommended Photography Foundation Awards 2024 ທີ່ ປະເທດອັງກິດ ເຊິ່ງມີຜູ້ສົ່ງຮູບເຂົ້າແຂ່ງຂັນ ຈາກ ທົ່ວໂລກ ຫຼາຍກວ່າ 5 ພັນ ລາຍການ.  Hosted on Acast. See acast.com/privacy for more information.
Mar 18, 2025
23 min
This Week in Laos Ep.89
ໃນ Ep.89 ນີ້ ເຮົາຈະມາເວົ້າລົມກັນ ກ່ຽວກັບຊີວິດໃນຊົນນະບົດ ຂອງເດັກນ້ອຍນັກຮຽນ ຊັ້ນປະຖົມ ແລະ ມ. ຕົ້ນ ວ່າພວກເຂົາເຈົ້າ ມີຄວາມບາກບັ່ນອົດທົນ ຂະໜາດໃດ ກ່ອນທີ່ຈະເຂົ້າໂຮງຮຽນ ເພື່ອສະແຫວງຫາຄວາມຮູ້ ຄວາມສາມາດ ໃຫ້ກັບໂຕເອງໃນອະນາຄົດ. Hosted on Acast. See acast.com/privacy for more information.
Mar 13, 2025
27 min
This Week in Laos Ep.88
ໃນ Ep.88 ນີ້ ແມ່ນການສຳພາດ Aot Soulivong Xayaketh ຊາຍໜຸ່ມລາວ ທີ່ໄດ້ລາງວັນ Top 20 Mr. Tourism World 2024, Mr. Ao Dai, Mr. Multimedia Award; 1st Runner Up Mister Talent. Hosted on Acast. See acast.com/privacy for more information.
Mar 6, 2025
23 min
This Week in Laos Ep.87
ເຊີນທ່ານຮັບຟັງຮັບຊົມ ສາວຄູ ຄຳນ້ອຍ ອະທິບາຍ ວິທີການສອນ ເລກ ຄະນິດຕິດດາວ ທີ່ພາໃຫ້ນັກຮຽນຊັ້ນ ປ. 3 ມ່ວນຊື່ນໄປກັບການຮຽນ ທີ່ເຂົ້າໃຈງ່າຍ ແລະ ຕອບໂຈດໃດ້ໄວຂຶ້ນ. Hosted on Acast. See acast.com/privacy for more information.
Feb 27, 2025
27 min
This Week in Laos Ep.86
ລາຍການ ເມືອງລາວໃນອາທິດນີ້ ຈະຂໍນຳສະເໜີ ນາງ ບຸມມະນີ ອະໄພ ນາງສາວ ກຶືມມຸລາວ ປະຈໍາປີ 2024 ເຊິ່ງເປັນປີລິເລີ່ມ ຂອງການປະກວດ ເພື່ອສົ່ງເສີມປະເພນີ ວັດທະນະທຳ ຂອງຊົນເຜົ່ານີ້ ໃຫ້ເປັນທີ່ຮູ້ຈັກ ຢ່າງກວ້າງໄກ ສູ່ສາຍຕາຊາວໂລກ. Hosted on Acast. See acast.com/privacy for more information.
Feb 20, 2025
21 min
This Week in Laos Ep.85
ໃນ ອີ ພີ ນີ້ ທ່ານຈະໄດ້ຟັງ ການສຳພາດ ນາງ ດີ້ ຜູ້ຖືກເຄາະຮ້າຍ ຈາກ ການຕັດສີນໃຈ ໄປເອົາຜົວຢູ່ຈີນ ແລະ ໄດ້ໜີເອົາໂຕລອດ ກັບມາລາວ. ນາງ ດີ້ ຈະມາເລົ່າໃຫ້ຟັງທຸກຢ່າງ ເພື່ອໃຫ້ເປັນຂໍ້ຄິດ ເຕືອນສະຕິ ຍິງລາວສາວນ້ອຍ ກ່ອນຕັດສິນໃຈ ໄປເອົາຜົວຢູ່ຈີນ ໂດຍການກ້ຽວກ່ອມ ຂອງ ພວກນາຍໜ້າ ຄ້າມະນຸດ. Hosted on Acast. See acast.com/privacy for more information.
Feb 13, 2025
32 min
This Week in Laos Ep.84
ລາຍການ ເມືອງລາວໃນອາທິດນີ້ ເຮົາຈະເວົ້າເລື່ອງສະພາບການ ຢູ່ ປະເທດລາວ ເປັນຕົ້ນ; ບັນຫາເງິນເຟີ້, ຊາວໜຸ່ມລາວ ໜີໄປເຮັດວຽກຢູ່ປະເທດເພື່ອນບ້ານ, ໂຄງການຂຸດຄົ້ນແຮ່ທາດ ເຮັດໃຫ້ວິຖີຊີວິດ ຂອງ ປະຊາຊົນປ່ຽນໄປ ຍ້ອນທຳມະຊາດ ຖືກທຳລາຍ ຈົນທຳມາຫາລ້ຽງຊີບ ບໍ່ໄດ້ຄືເກົ່າ. Hosted on Acast. See acast.com/privacy for more information.
Feb 6, 2025
24 min
This Week in Laos Ep.83
ເຮົາຈະມາເວົ້າເລື່ອງ ປະຊາຊົນ ໃນເຂດ ການຂຸດຄົ້ນ ເກືອກາລີ່ ຢູ່ ແຂວງຄຳມ່ວນ ທີ່ເສຍດິນດິນນາ ໃຫ້ໂຄງການດັ່ງກ່າວນີ້. ຄ່າຊົດເຊີຍເລັກນ້ອຍ ກໍໄດ້ຍອມເອົາ ຖ້າບໍ່ເອົາ ບໍ່ໄດ້ເລີຍ.ການຂຸດຄົ້ນກໍແມ່ນຂຸດເລິກ ເປັນເວີງກວ້າງໃຫຍ່ໄພສານ ຕະຫຼອດ 24 ຊົ່ວໂມງ ລົດບັນທຸກເຂົ້າອອກຂົນກັນ ທັງເວັນທັງຄືນ.  Hosted on Acast. See acast.com/privacy for more information.
Jan 30, 2025
16 min
This Week in Laos Ep.82
ເມືອງລາວໃນອາທິດນີ້ ເຮົາຈະຫວນມາພົບກັບ ທ້າວ ສີວັນ ສີບຸນເຮືອງ ນັກແຕ້ມຮູບ ຜູ້ທີ່ບໍ່ຍອມທໍ້ ຕໍ່ໂຊກຊະຕາ ອີກຄັ້ງໜຶ່ງວ່າ 1 ປີຜ່ານໄປ ທີ່ເຮົາໄດ້ສຳພາດ ກ່ຽວກັບຊີວິດ ທີ່ລອດມາໄດ້ຈາກ ອຸບັດຕິເຫດ ໄຟຟ້າຊ໊ອດ ຈົນກາຍເປັນຄົນພິການແຂນທັງສອງຂ້າງ. ມາຮອດປະຈຸບັນ ລາວໄດ້ເພີ່ມພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າ ໄປໃດ້ອີກຫຼາຍຂັ້ນ ເພື່ອຄວາມຢູ່ລອດ. ເຊີນຕິດຕາມການຕໍ່ສູ້ ທີ່ບໍ່ຍອມທໍ້!!! Hosted on Acast. See acast.com/privacy for more information.
Jan 23, 2025
23 min
This Week in Laos Ep.81
ການຂຸດຄົ້ນແຮ່ທາດ ໃນລາວ ຍັງສືບຕໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ ຢ່າງໜັກໜ່ວງ. ຕົວຢ່າງ ໃນວັນທີ 12 ມັງກອນ 2025 ບໍລິສັດຫວຽດນາມ ຕັ້ງຢູ່ບ້ານຟ້ອງຊ້າງ ເມືອງວຽງໄຊ ແຂວງຫົວພັນ ໄດ້ປ່ອຍນໍ້າເສຍ ຈາກການລ້າງແຮ່ທາດ ລົງໃສ່ສາຍນໍ້າຊ້າງ ແລະ ສາຍນໍ້າປູນ ຈົນເຮັດໃຫ້ນໍ້າເຂັ້ມຊຸ່ນໃຊ້ບໍ່ໄດ້. Hosted on Acast. See acast.com/privacy for more information.
Jan 16, 2025
19 min
Load more